ຮູບ ຫຼື ວິດີໂອ ອັບໂຫຼດບໍ່ຂຶ້ນ

ເກືອບທຸກຄັ້ງແມ່ນສັນຍານອິນເຕີເນັດ ຫຼື ປະເພດໄຟລ໌.

  1. 1ກວດສັນຍານ — ຖ້າ WiFi ອ່ອນ ໃຫ້ລອງໃຊ້ເນັດມືຖື ຫຼື ກັບກັນ
  2. 2ອັບເທື່ອລະ 2–3 ຮູບ ແທນທີ່ຈະອັບເປັນສິບຮູບພ້ອມກັນ
  3. 3ຮູບຕ້ອງເປັນ .jpg ຫຼື .png · ວິດີໂອເປັນ .mp4, ຫຼື .mov ຈາກ iPhone (ລະບົບແປງໃຫ້)
  4. 4ປິດແອັບ ແລ້ວເປີດຮ້ານໃໝ່ ແລ້ວລອງອີກຄັ້ງ

ສິນຄ້າຖືກບັນທຶກແລ້ວ ເຖິງວ່າຮູບບາງຮູບຍັງສົ່ງບໍ່ສຳເລັດ. ແຖບຢູ່ລຸ່ມຈໍບອກວ່າຈັກໄຟລ໌ ແລະ ຍ້ອນຫຍັງ: ເມື່ອສັນຍານກັບມາ ກົດ “ລອງໃໝ່”, ຫຼື ກົດ “ປິດ” ແລ້ວເພີ່ມຮູບໃໝ່ພາຍຫຼັງ.

ແຖບລຸ່ມໜ້າຈໍເມື່ອສົ່ງບໍ່ໄດ້: ຈັກໄຟລ໌ ແລະ ເປັນຫຍັງ, ພ້ອມປຸ່ມລອງໃໝ່ ແລະ ປິດ.
ແຖບລຸ່ມໜ້າຈໍເມື່ອສົ່ງບໍ່ໄດ້: ຈັກໄຟລ໌ ແລະ ເປັນຫຍັງ, ພ້ອມປຸ່ມລອງໃໝ່ ແລະ ປິດ.

ບົດທີ່ກ່ຽວຂ້ອງ

ຍັງຕິດຢູ່ບໍ?

ທັກຫາພວກເຮົາທາງ WhatsApp ພ້ອມຊື່ຮ້ານ ແລະ ຮູບໜ້າຈໍ ຈະຊ່ວຍໃຫ້ຕອບໄດ້ໄວຂຶ້ນ

ທັກຫາ LaoCart

ຢາກໃຫ້ພວກເຮົາເຮັດໃຫ້ ເຊັ່ນ ໃສ່ສິນຄ້າ ຫຼື ອອກແບບ? ນັ້ນເປັນບໍລິການເສີມ ຈ່າຍແຍກຕ່າງຫາກ ເບິ່ງບໍລິການເສີມ

← ກັບໄປສູນຊ່ວຍເຫຼືອ

ຮູບ ຫຼື ວິດີໂອ ອັບໂຫຼດບໍ່ຂຶ້ນ · LaoCart