ຄ່າແພັກ, ຄ່າສົ່ງ ແລະ ບໍລິສັດຂົນສົ່ງ
ຕັ້ງຄ່າແພັກທີ່ບວກໃສ່ທຸກອໍເດີ, ຍອດທີ່ໄດ້ແພັກຟຣີ ແລະ ບໍລິສັດຂົນສົ່ງທີ່ລູກຄ້າເລືອກໄດ້ — ໃນ “ຕັ້ງຄ່າຮ້ານ” → “ຄ່າສົ່ງ”.
ໃນລາວ ລູກຄ້າສ່ວນຫຼາຍຈ່າຍຄ່າຂົນສົ່ງໃຫ້ບໍລິສັດຂົນສົ່ງເອງ ຕອນໄປຮັບເຄື່ອງທີ່ສາຂາ. ສິ່ງທີ່ຮ້ານບວກໃສ່ອໍເດີ ຄື “ຄ່າແພັກ”: ເງິນສຳລັບແພັກເຄື່ອງ ແລະ ນຳໄປສົ່ງທີ່ບໍລິສັດຂົນສົ່ງ. ລູກຄ້າເຫັນຈຳນວນນີ້ໃນກະຕ່າ ກ່ອນຢືນຢັນການສັ່ງຊື້ ແລະ ໃນກ່ອງ “ການຈັດສົ່ງ ແລະ ການຈ່າຍເງິນ” ຢູ່ໜ້າສິນຄ້າ.
- 1ເປີດ “ຕັ້ງຄ່າຮ້ານ” → “ຄ່າສົ່ງ”
- 2“ຄ່າແພັກມາດຕະຖານ”: ຈຳນວນທີ່ບວກໃສ່ທຸກອໍເດີ — 0 = ບໍ່ເກັບ (ແລ້ວໜ້າສິນຄ້າຈະບໍ່ຂຽນຫຍັງກ່ຽວກັບຄ່າແພັກ)
- 3“ຄ່າແພັກຟຣີເມື່ອສັ່ງຄົບ”: ຍອດສິນຄ້າທີ່ລູກຄ້າບໍ່ຕ້ອງຈ່າຍຄ່າແພັກ — 0 = ບໍ່ມີ
- 4“ບໍລິສັດຂົນສົ່ງ”: ປິດອັນທີ່ບໍ່ໃຊ້ຈາກລາຍຊື່ຂອງ LaoCart (ອະນຸສິດ, ມີໄຊ, ຮຸ່ງອາລຸນ) ຫຼື ກົດ “ເພີ່ມ” ເພື່ອໃສ່ບໍລິສັດຂອງທ່ານເອງ ພ້ອມຄ່າແພັກຂອງມັນເອງ ຖ້າຕ່າງກັນ (ປ່ອຍຫວ່າງ = ຄ່າແພັກມາດຕະຖານ)
- 5ກົດ ບັນທຶກ: ລູກຄ້າເລືອກບໍລິສັດຂົນສົ່ງໃນຂັ້ນຕອນທີ 2 ຂອງການສັ່ງຊື້ ແລະ ໂລໂກ້ຂອງບໍລິສັດທີ່ເປີດໃຊ້ ສະແດງຢູ່ສ່ວນທ້າຍຂອງຮ້ານ

ສາຂາປາຍທາງ: ລູກຄ້າໃສ່ໄດ້ໃນຊ່ອງ “ບ້ານ / ສາຂາຂົນສົ່ງ” ຕອນສັ່ງຊື້. ຂຽນສາຂານັ້ນໃສ່ ໃບປະໜ້າ ແລ້ວເອົາເຄື່ອງໄປສົ່ງ; ຕອນພິມໃບປະໜ້າ ທ່ານເລືອກວ່າ ຜູ້ໃດຈ່າຍຄ່າຂົນສົ່ງໃຫ້ບໍລິສັດ: ຮ້ານ ຫຼື ລູກຄ້າປາຍທາງ.
ສິນຄ້າລາຄາແພງ ແລະ ລູກຄ້າທີ່ອາດບໍ່ມາຮັບເຄື່ອງ: ເປີດ “ເກັບເງິນປາຍທາງ ແບບມີມັດຈຳ” ໃນ “ຕັ້ງຄ່າຮ້ານ” → “ການຮັບເງິນ”. ຕັ້ງແຕ່ຍອດທີ່ທ່ານເລືອກ ລູກຄ້າໂອນສ່ວນໜຶ່ງ (ເຊັ່ນ 30%) ດ້ວຍ QR ກ່ອນທ່ານສົ່ງເຄື່ອງ ແລະ ຜູ້ສົ່ງເຄື່ອງເກັບສ່ວນທີ່ເຫຼືອ — ລາຍລະອຽດໃນ ເກັບເງິນປາຍທາງ.
ເບິ່ງວ່າລູກຄ້າເຫັນແນວໃດ: ສິ່ງທີ່ລູກຄ້າເຫັນ. ອໍເດີທີ່ບັນທຶກເອງ (ຂາຍໜ້າຮ້ານ ຫຼື ທາງ WhatsApp) ໃຊ້ຄ່າແພັກດຽວກັນ ແລະ ແກ້ໄດ້ທຸກຄັ້ງ — ເບິ່ງ ບັນທຶກການຂາຍ.
ບົດທີ່ກ່ຽວຂ້ອງ
ເກັບເງິນປາຍທາງ
ຮັບອໍເດີໂດຍບໍ່ຕ້ອງໂອນກ່ອນ — ແຕ່ຄວນຕັ້ງກົດຂອງທ່ານໃຫ້ຈະແຈ້ງ.
ພິມໃບປະໜ້າພັດສະດຸ
ພິມໃບປະໜ້າໃຫ້ແຕ່ລະພັດສະດຸ ດ້ວຍເຄື່ອງພິມສະຕິກເກີ, ເຈ້ຍ A4 ຫຼື ເປັນຮູບຈາກໂທລະສັບ.
ລູກຄ້າເຫັນຫຍັງແດ່
ຮູ້ວ່າລູກຄ້າເຫັນຫຍັງ ຈະຕອບຄຳຖາມລາວໄດ້ໄວຂຶ້ນ.
ບັນທຶກການຂາຍທີ່ເຮັດນອກເວັບ
ຂາຍຢູ່ໜ້າຮ້ານ ຫຼື ທາງ WhatsApp? ບັນທຶກໄວ້ໃນຫຼັງບ້ານ ໃຫ້ສະຕັອກຖືກຕ້ອງ ແລະ ລູກຄ້າມີປະຫວັດ.
ຍັງຕິດຢູ່ບໍ?
ທັກຫາພວກເຮົາທາງ WhatsApp ພ້ອມຊື່ຮ້ານ ແລະ ຮູບໜ້າຈໍ ຈະຊ່ວຍໃຫ້ຕອບໄດ້ໄວຂຶ້ນ
ທັກຫາ LaoCartຢາກໃຫ້ພວກເຮົາເຮັດໃຫ້ ເຊັ່ນ ໃສ່ສິນຄ້າ ຫຼື ອອກແບບ? ນັ້ນເປັນບໍລິການເສີມ ຈ່າຍແຍກຕ່າງຫາກ ເບິ່ງບໍລິການເສີມ