ບັນທຶກການຂາຍທີ່ເຮັດນອກເວັບ

ຂາຍຢູ່ໜ້າຮ້ານ ຫຼື ທາງ WhatsApp? ບັນທຶກໄວ້ໃນຫຼັງບ້ານ ໃຫ້ສະຕັອກຖືກຕ້ອງ ແລະ ລູກຄ້າມີປະຫວັດ.

ທຸກການຂາຍທີ່ບໍ່ໄດ້ຜ່ານໜ້າຮ້ານອອນລາຍ — ລູກຄ້າມາຊື້ເອງ, ສັ່ງທາງ WhatsApp ຫຼື Messenger — ບັນທຶກໄດ້ຈາກເມນູ “ອໍເດີ” → “ບັນທຶກການຂາຍ”. ອໍເດີທີ່ໄດ້ ຈະມີລະຫັດ, ໃບປະໜ້າ ແລະ ຢູ່ໃນສະຖິຕິ ຄືກັບອໍເດີຈາກເວັບ.

  1. 1ເປີດ “ອໍເດີ” ແລ້ວກົດ “ບັນທຶກການຂາຍ”
  2. 2ຄົ້ນຫາສິນຄ້າ ແລ້ວກົດ ເພີ່ມ — ແກ້ຈຳນວນ ຫຼື ລາຄາໄດ້ ຖ້າຕົກລົງລາຄາອື່ນ
  3. 3ໃສ່ຊື່ ແລະ ເບີໂທລູກຄ້າ — ໃສ່ເບີ ອໍເດີຈະໄປຢູ່ໃນໜ້າ “ລູກຄ້າ”
  4. 4ເລືອກວ່າ ມອບເຄື່ອງແລ້ວ ຫຼື ຕ້ອງຈັດສົ່ງ ແລະ ຈ່າຍແນວໃດ: ເງິນສົດ, ໂອນ QR, ເກັບເງິນປາຍທາງ ຫຼື ຍັງບໍ່ຈ່າຍ
  5. 5ກວດກ່ອງ “ສິ່ງທີ່ຈະຖືກບັນທຶກ” ແລ້ວກົດ ບັນທຶກການຂາຍ
ບັນທຶກການຂາຍ: ເລືອກສິນຄ້າ, ປ່ຽນຈຳນວນ ຫຼື ລາຄາ, ແລ້ວໃສ່ຊື່ ແລະ ເບີໂທຂອງລູກຄ້າ.
ບັນທຶກການຂາຍ: ເລືອກສິນຄ້າ, ປ່ຽນຈຳນວນ ຫຼື ລາຄາ, ແລ້ວໃສ່ຊື່ ແລະ ເບີໂທຂອງລູກຄ້າ.
ລູກຄ້າຈ່າຍແນວໃດ: ເງິນສົດ, ໂອນ QR, ເກັບເງິນປາຍທາງ ຫຼື ຍັງບໍ່ໄດ້ຈ່າຍ.
ລູກຄ້າຈ່າຍແນວໃດ: ເງິນສົດ, ໂອນ QR, ເກັບເງິນປາຍທາງ ຫຼື ຍັງບໍ່ໄດ້ຈ່າຍ.

ໜ້າ “ລູກຄ້າ” ລວມອໍເດີຕາມເບີໂທ — ເບີດຽວກັນທີ່ຂຽນຕ່າງກັນ (020… ຫຼື +856…) ນັບເປັນຄົນດຽວ. ຈາກໜ້ານັ້ນ ບັນທຶກການຂາຍໃໝ່ໃຫ້ລູກຄ້າເກົ່າໄດ້ໃນກົດດຽວ. ເບິ່ງ ສະຖານະອໍເດີ ນຳ.

ໜ້າ “ລູກຄ້າ”: ອໍເດີຖືກຈັດກຸ່ມຕາມເບີໂທ — ຈັກອໍເດີ, ໃຊ້ຈ່າຍເທົ່າໃດ ແລະ ສັ່ງຄັ້ງສຸດທ້າຍເມື່ອໃດ.
ໜ້າ “ລູກຄ້າ”: ອໍເດີຖືກຈັດກຸ່ມຕາມເບີໂທ — ຈັກອໍເດີ, ໃຊ້ຈ່າຍເທົ່າໃດ ແລະ ສັ່ງຄັ້ງສຸດທ້າຍເມື່ອໃດ.

ບົດທີ່ກ່ຽວຂ້ອງ

ຍັງຕິດຢູ່ບໍ?

ທັກຫາພວກເຮົາທາງ WhatsApp ພ້ອມຊື່ຮ້ານ ແລະ ຮູບໜ້າຈໍ ຈະຊ່ວຍໃຫ້ຕອບໄດ້ໄວຂຶ້ນ

ທັກຫາ LaoCart

ຢາກໃຫ້ພວກເຮົາເຮັດໃຫ້ ເຊັ່ນ ໃສ່ສິນຄ້າ ຫຼື ອອກແບບ? ນັ້ນເປັນບໍລິການເສີມ ຈ່າຍແຍກຕ່າງຫາກ ເບິ່ງບໍລິການເສີມ

← ກັບໄປສູນຊ່ວຍເຫຼືອ

ບັນທຶກການຂາຍທີ່ເຮັດນອກເວັບ · LaoCart