ບໍ່ໄດ້ຮັບອີເມວຢືນຢັນ ຫຼື ລະຫັດຢືນຢັນ
ສ້າງບັນຊີແລ້ວ ແຕ່ອີເມວຈາກ LaoCart ບໍ່ມາ? ກວດທີ່ຢູ່ ເບິ່ງໃນ Spam ຂໍສົ່ງໃໝ່ — ຫຼື ສະໝັກດ້ວຍ Google ແທນ.
ຫຼັງຈາກສ້າງບັນຊີ ໜ້າ “ກວດອີເມວຂອງທ່ານ” ບອກວ່າ ອີເມວຖືກສົ່ງໄປທີ່ຢູ່ໃດ ແລະ ມີຊ່ອງໃສ່ລະຫັດ. ອີເມວມາຈາກ LaoCart (noreply@laocart.com) ມີລະຫັດຢູ່ໃນຫົວຂໍ້ ແລະ ມີປຸ່ມ “ຢືນຢັນອີເມວ”: ພິມລະຫັດໃສ່ຊ່ອງ ຫຼື ກົດປຸ່ມ ກໍໄດ້ຄືກັນ. ຖ້າບໍ່ເຫັນອີເມວ ລອງຕາມລຳດັບນີ້:

- 1ກວດທີ່ຢູ່ອີເມວທີ່ຂຽນຢູ່ໜ້ານັ້ນ: ຜິດຕົວດຽວ ອີເມວກໍບໍ່ມາ. ຜິດບໍ? ກົດ “ແກ້ໄຂ” ຂ້າງ “ອີເມວບໍ່ຖືກ?” ແລ້ວຟອມຈະເປີດຄືນ ພ້ອມຂໍ້ມູນທີ່ທ່ານພິມໄວ້
- 2ເບິ່ງໃນ Spam / Junk (ໂທລະສັບທີ່ຕັ້ງເປັນພາສາໄທ: จดหมายขยะ) ແລະ ໃນ Gmail ເບິ່ງແຖບ “Promotions” ຫຼື “Updates” ນຳ
- 3ລໍຖ້າ 2-3 ນາທີ ແລ້ວດຶງໜ້າຈໍລົງເພື່ອໂຫຼດອີເມວໃໝ່ — ບາງຄັ້ງອີເມວມາຊ້າ
- 4ຍັງບໍ່ມາ: ກົດປຸ່ມສົ່ງອີເມວຢືນຢັນອີກຄັ້ງ ຢູ່ໜ້ານັ້ນ
- 5ອີເມວ iCloud (@icloud.com, @me.com) ມັກບໍ່ຮັບອີເມວຂອງພວກເຮົາ: ສ້າງບັນຊີໃໝ່ດ້ວຍ Gmail ຫຼື ກົດປຸ່ມ Google ໃນໜ້າສ້າງບັນຊີ — ບໍ່ຕ້ອງລໍຖ້າອີເມວເລີຍ
ບົດທີ່ກ່ຽວຂ້ອງ
ຍັງຕິດຢູ່ບໍ?
ທັກຫາພວກເຮົາທາງ WhatsApp ພ້ອມຊື່ຮ້ານ ແລະ ຮູບໜ້າຈໍ ຈະຊ່ວຍໃຫ້ຕອບໄດ້ໄວຂຶ້ນ
ທັກຫາ LaoCartຢາກໃຫ້ພວກເຮົາເຮັດໃຫ້ ເຊັ່ນ ໃສ່ສິນຄ້າ ຫຼື ອອກແບບ? ນັ້ນເປັນບໍລິການເສີມ ຈ່າຍແຍກຕ່າງຫາກ ເບິ່ງບໍລິການເສີມ