ສ້າງບັນຊີ ແລະ ຮ້ານທຳອິດ

ສ້າງບັນຊີດ້ວຍອີເມວ ແລ້ວສ້າງຮ້ານ — ບໍ່ເສຍຄ່າຈົນກວ່າທ່ານພ້ອມເປີດຂາຍຈິງ.

ວິດີໂອ: ສ້າງຮ້ານທຳອິດ
ສ້າງຮ້ານຟຣີ

ສ້າງຟຣີ ບໍ່ຈຳກັດເວລາ · ຮ້ານພ້ອມແລ້ວ ຮັບອໍເດີແທ້ຟຣີ 7 ມື້ · ບໍ່ຕ້ອງໃສ່ບັດ

ສ້າງຮ້ານບໍ່ເສຍຄ່າ. ທ່ານໃສ່ສິນຄ້າ ຕັ້ງສີ ຕັ້ງໂລໂກ້ ແລະ ເບິ່ງຮ້ານຂອງທ່ານໄດ້ກ່ອນ. ຈ່າຍຄ່າແພັກເກດສະເພາະຕອນທ່ານພ້ອມເປີດຮ້ານໃຫ້ລູກຄ້າເຂົ້າ.

  1. 1ເປີດໜ້າ ສ້າງບັນຊີ ໃສ່ອີເມວ ແລະ ຕັ້ງລະຫັດຜ່ານ
  2. 2ເປີດອີເມວຈາກ LaoCart ແລ້ວພິມລະຫັດໃນອີເມວ ໃສ່ໜ້າທີ່ລໍຖ້າຢູ່ — ຫຼື ກົດປຸ່ມໃນອີເມວກໍໄດ້
  3. 3ເຂົ້າສູ່ລະບົບ ແລ້ວກົດ “ສ້າງຮ້ານໃໝ່” ໃນ ໜ້າຮ້ານຂອງຂ້ອຍ
  4. 4ໃສ່ຊື່ຮ້ານ ແລະ ເລືອກຊື່ລິ້ງຂອງຮ້ານ
ໜ້າສ້າງບັນຊີ: ປຸ່ມ Google ຢູ່ເທິງ (ບໍ່ຕ້ອງມີລະຫັດຜ່ານ), ຫຼື ໃສ່ຊື່, ອີເມວ, ເບີ WhatsApp ແລະ ລະຫັດຜ່ານ ແລ້ວກົດປຸ່ມສີຂຽວ.
ໜ້າສ້າງບັນຊີ: ປຸ່ມ Google ຢູ່ເທິງ (ບໍ່ຕ້ອງມີລະຫັດຜ່ານ), ຫຼື ໃສ່ຊື່, ອີເມວ, ເບີ WhatsApp ແລະ ລະຫັດຜ່ານ ແລ້ວກົດປຸ່ມສີຂຽວ.
ໜ້າ “ກວດອີເມວຂອງທ່ານ”: ທີ່ຢູ່ອີເມວທີ່ສົ່ງໄປ ແລະ ຊ່ອງໃສ່ລະຫັດຈາກອີເມວ.
ໜ້າ “ກວດອີເມວຂອງທ່ານ”: ທີ່ຢູ່ອີເມວທີ່ສົ່ງໄປ ແລະ ຊ່ອງໃສ່ລະຫັດຈາກອີເມວ.

ບໍ່ຢາກລໍຖ້າອີເມວ? ກົດປຸ່ມ Google ໃນໜ້າສ້າງບັນຊີ: ບໍ່ມີລະຫັດຜ່ານ ບໍ່ມີລະຫັດຢືນຢັນ. ອີເມວບໍ່ມາ? ເບິ່ງ ບໍ່ໄດ້ຮັບອີເມວຢືນຢັນ. ຫຼັງຈາກສ້າງຮ້ານແລ້ວ ຜູ້ຊ່ວຍຕັ້ງຄ່າ ຈະພາທ່ານໃສ່ໂລໂກ້ ສີ ສິນຄ້າທຳອິດ ແລະ QR ຮັບເງິນ ເທື່ອລະຂັ້ນ — ເບິ່ງ ລາຍການຕັ້ງຄ່າ.

ສ້າງຮ້ານໃໝ່: ຊື່ຮ້ານ, ທີ່ຢູ່ຮ້ານ (…laocart.com), ຮ້ານຂາຍສິນຄ້າປະເພດໃດ ແລະ ລະຫັດແນະນຳ (ຖ້າມີ). ທຸກຢ່າງປ່ຽນໄດ້ພາຍຫຼັງ.
ສ້າງຮ້ານໃໝ່: ຊື່ຮ້ານ, ທີ່ຢູ່ຮ້ານ (…laocart.com), ຮ້ານຂາຍສິນຄ້າປະເພດໃດ ແລະ ລະຫັດແນະນຳ (ຖ້າມີ). ທຸກຢ່າງປ່ຽນໄດ້ພາຍຫຼັງ.

ບົດທີ່ກ່ຽວຂ້ອງ

ຍັງຕິດຢູ່ບໍ?

ທັກຫາພວກເຮົາທາງ WhatsApp ພ້ອມຊື່ຮ້ານ ແລະ ຮູບໜ້າຈໍ ຈະຊ່ວຍໃຫ້ຕອບໄດ້ໄວຂຶ້ນ

ທັກຫາ LaoCart

ຢາກໃຫ້ພວກເຮົາເຮັດໃຫ້ ເຊັ່ນ ໃສ່ສິນຄ້າ ຫຼື ອອກແບບ? ນັ້ນເປັນບໍລິການເສີມ ຈ່າຍແຍກຕ່າງຫາກ ເບິ່ງບໍລິການເສີມ

← ກັບໄປສູນຊ່ວຍເຫຼືອ

ສ້າງບັນຊີ ແລະ ຮ້ານທຳອິດ · LaoCart