ສີ ແລະ ຂະໜາດ (ຕົວເລືອກສິນຄ້າ)
ສິນຄ້າດຽວ ຫຼາຍສີ ຫຼາຍຂະໜາດ — ແຕ່ລະຕົວເລືອກມີສະຕັອກ ແລະ ລາຄາຂອງຕົນເອງ.
ຖ້າສິນຄ້າມີຫຼາຍສີ ຫຼື ຫຼາຍຂະໜາດ ບໍ່ຕ້ອງສ້າງເປັນຫຼາຍລາຍການ — ໃສ່ເປັນ “ຕົວເລືອກ” ຢູ່ໃນສິນຄ້າດຽວ.
- 1ເປີດສິນຄ້າ ແລ້ວເລື່ອນລົງຫາຫົວຂໍ້ຕົວເລືອກ
- 2ກົດ “ເພີ່ມຕົວເລືອກ” ແລ້ວໃສ່ຊື່ ເຊັ່ນ ສີແດງ ຫຼື ຂະໜາດ M
- 3ໃສ່ສະຕັອກຂອງຕົວເລືອກນັ້ນ ແລະ ລາຄາ (ປະຫວ່າງໄວ້ = ໃຊ້ລາຄາຫຼັກ)
- 4ໃສ່ຮູບຂອງແຕ່ລະສີໄດ້ ຖ້າມີ

ຂາຍເສື້ອຜ້າ ຫຼື ເກີບ? ເລືອກ “ໄຊສ໌ ແລະ ສີ” ຢູ່ຫົວຂໍ້ຕົວເລືອກ: ພິມໄຊສ໌ (ຫຼື ກົດເລືອກດ່ວນ ເຊັ່ນ S – XXL) ແລະ ສີ, ແລ້ວໃສ່ສະຕັອກຂອງແຕ່ລະແບບໃນຕາຕະລາງ. ໃສ່ຮູບໄດ້ 1 ຮູບຕໍ່ 1 ສີ ແລະ ລາຄາຕໍ່ໄຊສ໌ຖ້າຕ່າງກັນ. ລູກຄ້າເລືອກສີກ່ອນ ແລ້ວເລືອກໄຊສ໌: ໄຊສ໌ທີ່ໝົດໃນສີນັ້ນຈະເປັນສີເທົາ. ມີສິນຄ້າອື່ນທີ່ມີໄຊສ໌ ແລະ ສີແລ້ວ? ສຳເນົາມາໄດ້ ແລ້ວໃສ່ພຽງແຕ່ສະຕັອກ.

ບົດທີ່ກ່ຽວຂ້ອງ
ຍັງຕິດຢູ່ບໍ?
ທັກຫາພວກເຮົາທາງ WhatsApp ພ້ອມຊື່ຮ້ານ ແລະ ຮູບໜ້າຈໍ ຈະຊ່ວຍໃຫ້ຕອບໄດ້ໄວຂຶ້ນ
ທັກຫາ LaoCartຢາກໃຫ້ພວກເຮົາເຮັດໃຫ້ ເຊັ່ນ ໃສ່ສິນຄ້າ ຫຼື ອອກແບບ? ນັ້ນເປັນບໍລິການເສີມ ຈ່າຍແຍກຕ່າງຫາກ ເບິ່ງບໍລິການເສີມ