ເພີ່ມຄົນຊ່ວຍເຂົ້າຮ້ານ

ໃຫ້ຄົນໃນທີມຊ່ວຍຈັດການອໍເດີ ໂດຍບໍ່ຕ້ອງໃຫ້ລະຫັດຜ່ານຂອງທ່ານ.

  1. 1ເຂົ້າເມນູ “ທີມງານ” (ເຈົ້າຂອງຮ້ານເທົ່ານັ້ນທີ່ເຫັນ)
  2. 2ກົດເຊີນ ແລ້ວໃສ່ອີເມວຂອງລາວ
  3. 3ເລືອກວ່າລາວເຂົ້າສ່ວນໃດໄດ້ ເຊັ່ນ ອໍເດີຢ່າງດຽວ
  4. 4ລາວໄດ້ຮັບອີເມວເຊີນ ແລ້ວສ້າງລະຫັດຜ່ານຂອງຕົນເອງ
ເມນູ “ທີມງານ”: ຈຳນວນບ່ອນທີ່ໃຊ້ແລ້ວ ຈາກຈຳນວນທີ່ແພັກເກດອະນຸຍາດ, ແລະ ສະມາຊິກແຕ່ລະຄົນ ພ້ອມບົດບາດ ແລະ ສ່ວນທີ່ເຂົ້າໄດ້.
ເມນູ “ທີມງານ”: ຈຳນວນບ່ອນທີ່ໃຊ້ແລ້ວ ຈາກຈຳນວນທີ່ແພັກເກດອະນຸຍາດ, ແລະ ສະມາຊິກແຕ່ລະຄົນ ພ້ອມບົດບາດ ແລະ ສ່ວນທີ່ເຂົ້າໄດ້.

ສິດທີ່ເລືອກໄດ້: ພາບລວມ, ສິນຄ້າ, ອໍເດີ, ຕັ້ງຄ່າ, ການຊຳລະ, ສະຖິຕິ. ຄົນທີ່ມີສິດ ອໍເດີ ຈັດການອໍເດີ ແລະ ລູກຄ້າໄດ້; ຕົ້ນທຶນ ແລະ ກຳໄລໃນ “ສະຕັອກ” ຕ້ອງມີທັງ ສິນຄ້າ ແລະ ສະຖິຕິ. ລິ້ງຄຳເຊີນ ໃຊ້ໄດ້ 7 ມື້ ຄັ້ງດຽວ ແລະ ສະເພາະອີເມວທີ່ທ່ານພິມ.

ເຊີນຄົນເຂົ້າທີມ: ອີເມວຂອງລາວ, ບົດບາດ (ພະນັກງານ ຫຼື ຜູ້ຈັດການ) ແລະ ສ່ວນທີ່ເຂົ້າໄດ້ — ແລ້ວກົດສົ່ງຄຳເຊີນ.
ເຊີນຄົນເຂົ້າທີມ: ອີເມວຂອງລາວ, ບົດບາດ (ພະນັກງານ ຫຼື ຜູ້ຈັດການ) ແລະ ສ່ວນທີ່ເຂົ້າໄດ້ — ແລ້ວກົດສົ່ງຄຳເຊີນ.

ບົດທີ່ກ່ຽວຂ້ອງ

ຍັງຕິດຢູ່ບໍ?

ທັກຫາພວກເຮົາທາງ WhatsApp ພ້ອມຊື່ຮ້ານ ແລະ ຮູບໜ້າຈໍ ຈະຊ່ວຍໃຫ້ຕອບໄດ້ໄວຂຶ້ນ

ທັກຫາ LaoCart

ຢາກໃຫ້ພວກເຮົາເຮັດໃຫ້ ເຊັ່ນ ໃສ່ສິນຄ້າ ຫຼື ອອກແບບ? ນັ້ນເປັນບໍລິການເສີມ ຈ່າຍແຍກຕ່າງຫາກ ເບິ່ງບໍລິການເສີມ

← ກັບໄປສູນຊ່ວຍເຫຼືອ

ເພີ່ມຄົນຊ່ວຍເຂົ້າຮ້ານ · LaoCart