ສຳລັບຮ້ານຄ້າໃນລາວ

ບໍ່ຕ້ອງນັ່ງຕອບ “ອັນນີ້ເທົ່າໃດ?” ຢູ່ໃນແຊັດຕະຫຼອດມື້

ເປີດຮ້ານອອນລາຍ ເປັນຂອງທ່ານເອງ

  • ສ້າງຟຣີ
  • ຈ່າຍເມື່ອພ້ອມເປີດຮ້ານ
  • ບໍ່ຕ້ອງໃສ່ບັດ
ຮ້ານໃນລາວ ກຳລັງຂາຍກັບ LaoCart ແລ້ວ
ເບິ່ງຮ້ານຕົວຢ່າງຈິງ

beautyfirst.la ໃຊ້ LaoCart ຂາຍຢູ່ຈິງທຸກມື້

ຂາຍຜ່ານແຊັດຢ່າງດຽວ ເມື່ອຍກວ່າທີ່ຄິດ

ອັນນີ້ເທົ່າໃດ?ມີສີອື່ນອີກບໍ?ສົ່ງໄປຕ່າງແຂວງໄດ້ບໍ?ໂອນແລ້ວເດີ້ເຄື່ອງຂ້ອຍໄປຮອດໃສແລ້ວ?
  • ຄຳຖາມເກົ່າໆ ຕອບຊ້ຳທຸກມື້
  • ອໍເດີ້ຫຼົງຢູ່ໃນແຊັດ
  • ທີ່ຢູ່ຈົດຜິດ
  • ບໍ່ຮູ້ວ່າໃຜໂອນແລ້ວ ໃຜຍັງບໍ່ໂອນ
ເລີ່ມສ້າງຮ້ານຟຣີ

ສ້າງຟຣີ · ຈ່າຍເມື່ອພ້ອມເປີດຮ້ານ · ບໍ່ຕ້ອງໃສ່ບັດ

ເລີ່ມໄດ້ 3 ຂັ້ນຕອນ

ເລີ່ມມື້ນີ້ ຈ່າຍເມື່ອພ້ອມຂາຍເທົ່ານັ້ນ

  1. 1

    ສ້າງບັນຊີ ຟຣີ

    ຕັ້ງຊື່ຮ້ານ ແລ້ວຮັບທີ່ຢູ່ຮ້ານ ຊື່ຮ້ານ.laocart.com

  2. 2

    ໃສ່ສິນຄ້າ ໂລໂກ້ ແລະ ສີ

    ເພີ່ມຮູບ ລາຄາ ສີ ຂະໜາດ — ເບິ່ງຮ້ານຂອງທ່ານໄດ້ທັນທີ ກ່ອນຈ່າຍຫຍັງ

  3. 3

    ຈ່າຍ ແລ້ວເປີດຮ້ານ

    ພ້ອມຂາຍເມື່ອໃດ ຈ່າຍຄ່າແພັກເກັດ ຮ້ານກໍເປີດຮັບອໍເດີ້ 24 ຊົ່ວໂມງ

ເລີ່ມສ້າງຮ້ານຟຣີ

ສ້າງຟຣີ · ຈ່າຍເມື່ອພ້ອມເປີດຮ້ານ · ບໍ່ຕ້ອງໃສ່ບັດ

ທຸກຢ່າງທີ່ຮ້ານລາວຕ້ອງການ

ສ້າງມາເພື່ອວິທີຊື້-ຂາຍ ແລະ ຈ່າຍເງິນຂອງຄົນລາວແທ້ໆ ບໍ່ແມ່ນລະບົບຕ່າງປະເທດທີ່ແປເມນູມາ

  • QR ຮັບເງິນ ພ້ອມສະລິບ

    ລູກຄ້າສະແກນ QR ທະນາຄານຂອງທ່ານເອງ (LAO QR / BCEL One) ແລ້ວແນບສະລິບຕິດກັບອໍເດີ້ — ເງິນເຂົ້າບັນຊີທ່ານໂດຍກົງ ບໍ່ມີຄ່ານາຍໜ້າ

  • ຂົນສົ່ງລາວ ຄົບ

    ອະນຸສິດ / ມີໄຊ / ຮຸ່ງອາລຸນ ພ້ອມເລືອກ ແຂວງ – ເມືອງ – ບ້ານ ຄົບທົ່ວປະເທດ ລູກຄ້າພິມທີ່ຢູ່ເອງ ບໍ່ມີຈົດຜິດ

  • ລະຫັດຕິດຕາມອໍເດີ້

    ທຸກອໍເດີ້ມີລະຫັດ ລູກຄ້າກວດສະຖານະເອງ ຄຳຖາມ “ເຄື່ອງໄປຮອດໃສແລ້ວ” ຈະຫາຍໄປ

  • ພິມໃບປະໜ້າພັດສະດຸ

    ພິມໃບປະໜ້າໃຫ້ແຕ່ລະພັດສະດຸ ດ້ວຍເຄື່ອງພິມສະຕິກເກີ, ເຈ້ຍ A4 ຫຼື ເປັນຮູບຈາກໂທລະສັບ

  • ຕັດສະຕັອກອັດຕະໂນມັດ

    ເຄື່ອງໝົດເມື່ອໃດ ຂຶ້ນ “ສິນຄ້າໝົດ” ໃຫ້ເອງ ບໍ່ຂາຍເກີນຂອງທີ່ມີ

  • ລະຫັດສ່ວນຫຼຸດ ແລະ ໂປຣໂມຊັ່ນ

    ສ່ວນຫຼຸດລູກຄ້າໃໝ່ ຊື້ 1 ແຖມ 1 ສົ່ງຟຣີເມື່ອຊື້ຄົບ — ຕັ້ງເອງໄດ້ໃນຫຼັງບ້ານ

  • ໃຊ້ດີໃນ TikTok ແລະ Facebook

    ລູກຄ້າຈາກ TikTok / Facebook / Instagram ຊື້ໄດ້ເລີຍ ບໍ່ຕ້ອງອອກຈາກແອັບ ພ້ອມເຊື່ອມ Facebook Pixel

  • ປ່ຽນຮູບປົກເອງໄດ້ທຸກເວລາ

    ປີໃໝ່ລາວ 11.11 ລົດລາຄາທ້າຍປີ — ປ່ຽນຮູບໜ້າທຳອິດເອງຈາກຫຼັງບ້ານ ບໍ່ຕ້ອງລໍຖ້າໃຜ

  • ຍອດຂາຍທຸກເດືອນ

    ຮູ້ວ່າເດືອນນີ້ຂາຍໄດ້ເທົ່າໃດ ອໍເດີ້ຈັກອັນ ຄົນເຂົ້າເບິ່ງຈັກຄົນ — ບໍ່ຕ້ອງນັ່ງນັບໃນແຊັດ

3 ແພັກເກັດ ລະບົບດຽວກັນ

ຕ່າງກັນແຕ່ຈຳນວນສິນຄ້າ ວິດີໂອ ໂດເມນ ແລະ ພະນັກງານ — ລະບົບຂາຍ ແລະ ຫຼັງບ້ານ ໄດ້ຄືກັນໝົດ

ສ້າງຮ້ານຟຣີ ຈ່າຍເມື່ອພ້ອມເປີດຮ້ານ

ແພັກເກັດພື້ນຖານ

ສຳລັບຮ້ານທີ່ຫາກໍເລີ່ມ

2,990,000 ກີບ / ປີ

ຕົກວັນລະປະມານ 8,200 ກີບ

  • ສິນຄ້າ 30 ລາຍການ
  • ຮູບສິນຄ້າ (ບໍ່ມີວິດີໂອ)
  • ຮັບເງິນ QR + ອັບໂຫຼດສະລິບ
  • ທີ່ຢູ່ຮ້ານ ຊື່ຮ້ານ.laocart.com
  • ເລືອກສີຮ້ານຈາກແບບສຳເລັດຮູບ ພ້ອມໂລໂກ້ຂອງທ່ານ
  • ລະບົບຂາຍ ແລະ ຫຼັງບ້ານ ຄົບທຸກຢ່າງ
ນິຍົມທີ່ສຸດ

ແພັກເກັດເລີ່ມຕົ້ນ

ສຳລັບຮ້ານທີ່ຂາຍປະຈຳ

3,990,000 ກີບ / ປີ

ຕົກວັນລະປະມານ 11,000 ກີບ

  • ສິນຄ້າ 50 ລາຍການ
  • ຮູບ ແລະ ວິດີໂອສິນຄ້າ
  • ຮັບເງິນ QR + ອັບໂຫຼດສະລິບ
  • ໃຊ້ໂດເມນຂອງທ່ານເອງໄດ້
  • ບັນຊີພະນັກງານ 2 ຄົນ
  • ເລືອກສີຮ້ານຈາກແບບສຳເລັດຮູບ ພ້ອມໂລໂກ້ຂອງທ່ານ
  • ລະບົບຂາຍ ແລະ ຫຼັງບ້ານ ຄົບທຸກຢ່າງ

ແພັກເກັດມືອາຊີບ

ສຳລັບຮ້ານທີ່ມີສິນຄ້າຫຼາຍ

7,990,000 ກີບ / ປີ

ຫຼື ຈ່າຍລາຍເດືອນ: ຄ່າຕິດຕັ້ງ 1,990,000 + 1,000,000 ກີບ/ເດືອນ (ຈ່າຍຄັ້ງທຳອິດ 2,990,000)

  • ສິນຄ້າ ບໍ່ຈຳກັດ
  • ຮູບ ແລະ ວິດີໂອສິນຄ້າ
  • ຢືນຢັນເງິນເຂົ້າອັດຕະໂນມັດ ຜ່ານ API ທະນາຄານ (ໄວໆນີ້)
  • ໃຊ້ໂດເມນຂອງທ່ານເອງໄດ້
  • ບັນຊີພະນັກງານ ສູງສຸດ 20 ຄົນ
  • ລະບົບຂາຍ ແລະ ຫຼັງບ້ານ ຄົບທຸກຢ່າງ
ພວກເຮົາສ້າງໃຫ້ທ່ານ

ສ້າງຮ້ານໃຫ້ຄົບ

ສຳລັບຄົນຂາຍທີ່ບໍ່ມີເວລາສ້າງເອງ

12,990,000 ກີບ ປີທຳອິດ

ຈາກນັ້ນແພັກເກັດ Pro: 7,990,000 ກີບ/ປີ ຫຼື 1,000,000 ກີບ/ເດືອນ — ບໍ່ມີຄ່າຕິດຕັ້ງ

  • ພວກເຮົາສ້າງຮ້ານຂອງທ່ານທັງໝົດ ພ້ອມຂາຍ
  • ເພີ່ມສິນຄ້າໃຫ້ສູງສຸດ 60 ລາຍການ
  • ໂລໂກ້ ຖ້າທ່ານຕ້ອງການ: 10 ແບບໃຫ້ເລືອກ
  • ໂດເມນຂອງທ່ານເອງ (.com / .net / .org) ປີທຳອິດ
  • ລວມວິດີໂອແນະນຳຮ້ານຂອງທ່ານ
  • ທຸກຢ່າງຂອງ Pro ເມື່ອສົ່ງມອບແລ້ວ
  • ໂທສອນແບບ 1 ຕໍ່ 1 ກັບ Goi 3 ຊົ່ວໂມງ ເພື່ອສອນຜູ້ດູແລຮ້ານຂອງທ່ານ

ພວກເຮົາຕ້ອງການເວລາຂອງທ່ານພຽງ 5 ນາທີ ເພື່ອເລີ່ມກຽມຮ້ານຂອງທ່ານ

  1. 1. ຈ່າຍເງິນ ແລະ ພວກເຮົາຢືນຢັນການຈ່າຍ
  2. 2. ຕື່ມແບບຟອມສັ້ນໆ ແລະ ສົ່ງໄຟລ໌ທີ່ທ່ານມີ
  3. 3. ພວກເຮົາສ້າງ — ທ່ານໄດ້ຮັບຮ້ານທີ່ພ້ອມຂາຍ
ສ້າງຮ້ານໃຫ້ຂ້ອຍ

ໄຟລ໌ທີ່ຮັບ: PDF, ຮູບ, ວິດີໂອ, Excel, Word, LibreOffice

ທຸກແພັກເກັດ ລວມຢູ່ໃນລາຄາແລ້ວ — ບໍ່ມີບິນອື່ນ

  • ອໍເດີ້ ແລະ ລູກຄ້າ ບໍ່ຈຳກັດ
  • ຮູບສິນຄ້າ ບໍ່ຈຳກັດ*
  • QR ຮັບເງິນ ສະລິບ ຂົນສົ່ງລາວ
  • ລະຫັດຕິດຕາມອໍເດີ້
  • ລະຫັດສ່ວນຫຼຸດ ແລະ ໂປຣໂມຊັ່ນ
  • ປ່ຽນຮູບປົກເອງໄດ້
  • ຍອດຂາຍ ແລະ ສະຖິຕິທຸກເດືອນ
  • ບໍ່ມີຄ່ານາຍໜ້າ — ເງິນເຂົ້າບັນຊີທ່ານໂດຍກົງ
  • ຄ່າລະບົບ ການດູແລ ການອັບເດດ ລວມໝົດ

* ສຳລັບການໃຊ້ງານປົກກະຕິຂອງຮ້ານຄ້າ

ແຕ່ລະແພັກເກັດມີຫຍັງແດ່, ລະອຽດທຸກຄຸນສົມບັດ
ເລີ່ມສ້າງຮ້ານຟຣີ

ສ້າງຟຣີ · ຈ່າຍເມື່ອພ້ອມເປີດຮ້ານ · ບໍ່ຕ້ອງໃສ່ບັດ

ຄຳຖາມທີ່ພົບເລື້ອຍ

ສ້າງຮ້ານຟຣີແທ້ບໍ?

ແທ້. ສ້າງບັນຊີ ໃສ່ສິນຄ້າ ໂລໂກ້ ສີ ແລະ ເບິ່ງຮ້ານຂອງທ່ານໄດ້ໂດຍບໍ່ຈ່າຍຫຍັງ. ຈ່າຍຄ່າແພັກເກັດສະເພາະຕອນທ່ານພ້ອມເປີດຮ້ານໃຫ້ລູກຄ້າເຂົ້າ ແລະ ຮັບອໍເດີ້ຈິງ.

ຕ້ອງເກັ່ງຄອມບໍ?

ບໍ່. ຖ້າໃຊ້ Facebook ໄດ້ ກໍໃຊ້ LaoCart ໄດ້. ຫຼື ໃຫ້ພວກເຮົາໃສ່ສິນຄ້າໃຫ້ (ບໍລິການເສີມ).

ເງິນທີ່ຂາຍໄດ້ ເຂົ້າໃສ?

ເຂົ້າບັນຊີທະນາຄານຂອງທ່ານໂດຍກົງ ຜ່ານ QR ຂອງທ່ານເອງ. LaoCart ບໍ່ເກັບຄ່ານາຍໜ້າ ແລະ ບໍ່ຜ່ານບັນຊີໃຜ.

ຈ່າຍແນວໃດ?

ສະແກນ QR ຂອງພວກເຮົາ (LAO QR / BCEL One) ແລ້ວອັບໂຫຼດສະລິບ ພວກເຮົາເປີດຮ້ານໃຫ້ພາຍໃນ 1 ວັນເຮັດວຽກ.

ຖ້າບໍ່ຕໍ່ອາຍຸ ຈະເປັນແນວໃດ?

ຮ້ານຈະປິດລົງ ແຕ່ພວກເຮົາເກັບສິນຄ້າ ແລະ ອໍເດີ້ໄວ້ໃຫ້ 30 ມື້ ເຜື່ອທ່ານກັບມາ.

ຈຳນວນສິນຄ້າ ນັບແນວໃດ?

ນັບຕາມສິນຄ້າທີ່ວາງຢູ່ໃນຮ້ານ. ສີ ຫຼື ຂະໜາດ ຂອງສິນຄ້າດຽວກັນ ນັບເປັນ 1 ລາຍການ. ພື້ນຖານ 30 · ເລີ່ມຕົ້ນ 50 · ມືອາຊີບ ບໍ່ຈຳກັດ — ເພີ່ມສິນຄ້າ ຫຼື ອັບເກຣດໄດ້ທຸກເວລາ.

ລະບົບຮູ້ເອງບໍ ວ່າລູກຄ້າໂອນແລ້ວ?

ແພັກເກັດມືອາຊີບ: ຮູ້ເອງ ຜ່ານ Payment Gateway ຂອງ BCEL ຫຼື Phajay (ເບິ່ງຄຳຖາມຖັດໄປ). ແພັກເກັດພື້ນຖານ ແລະ ເລີ່ມຕົ້ນ: ລູກຄ້າແນບສະລິບ ແລ້ວທ່ານກົດຢືນຢັນໃນຫຼັງບ້ານ — ຫຼື ເພີ່ມການຢືນຢັນອັດຕະໂນມັດເປັນບໍລິການເສີມໄດ້.

ຮ້ານຂອງຂ້ອຍຢືນຢັນເງິນເຂົ້າອັດຕະໂນມັດໄດ້ບໍ (BCEL OnePay ຫຼື Phajay)?

ໄດ້. LaoCart ເຊື່ອມຮ້ານທ່ານກັບ Payment Gateway ຂອງ BCEL ຫຼື ກັບ Phajay: ລະບົບສ້າງ LAO QR ໃຫ້ແຕ່ລະອໍເດີ ແລະ ເງິນເຂົ້າຖືກຢືນຢັນເອງ ບໍ່ຕ້ອງກວດສະລິບ. ຜູ້ໃຫ້ບໍລິການເກັບເປີເຊັນຕໍ່ລາຍການ; LaoCart ບໍ່ເກັບຫຍັງຈາກມັນ. ລວມໃນແພັກເກັດມືອາຊີບ ເປັນບໍລິການເສີມສຳລັບພື້ນຖານ ແລະ ເລີ່ມຕົ້ນ.

ຂໍແນວໃດ ຄ່າໃຊ້ຈ່າຍເທົ່າໃດ →
ໃຊ້ໂດເມນຂອງຕົນເອງໄດ້ບໍ?

ໄດ້ ໃນແພັກເກັດເລີ່ມຕົ້ນ ແລະ ມືອາຊີບ. ພວກເຮົາຈົດທະບຽນ ແລະ ເຊື່ອມໃຫ້ ມີຄ່າບໍລິການລາຍປີເລັກນ້ອຍ. ພວກເຮົາດູແລໃຫ້ຕະຫຼອດ ເພື່ອໃຫ້ຮ້ານໃຊ້ໄດ້ສະເໝີ ແລະ ໂອນເປັນຊື່ຂອງທ່ານໄດ້ເມື່ອທ່ານຮ້ອງຂໍ.

ພ້ອມເປີດຮ້ານແລ້ວບໍ?

ເລີ່ມສ້າງຮ້ານຂອງທ່ານມື້ນີ້ ຟຣີ — ຈ່າຍເມື່ອພ້ອມເປີດ

ເລີ່ມສ້າງຮ້ານຟຣີ

ສ້າງຟຣີ · ຈ່າຍເມື່ອພ້ອມເປີດຮ້ານ · ບໍ່ຕ້ອງໃສ່ບັດ

ຫຼື

ທັກມາລົມກັນທາງ WhatsApp