ສຳລັບຮ້ານຄ້າໃນລາວ

ບໍ່ຕ້ອງນັ່ງຕອບ “ອັນນີ້ເທົ່າໃດ?” ຢູ່ໃນແຊັດຕະຫຼອດມື້

ສ້າງຮ້ານອອນລາຍຟຣີ ໃຊ້ເວລາເທົ່າໃດກໍໄດ້ — ເມື່ອຮ້ານພ້ອມຂາຍ ທົດລອງຂາຍກັບລູກຄ້າແທ້ ຟຣີ 7 ມື້

ເບິ່ງຮ້ານຕົວຢ່າງຈິງ

beautyfirst.la ໃຊ້ LaoCart ຂາຍຢູ່ຈິງທຸກມື້

Goi ງາມໄວ້ກ່ອນCEO ຂອງ LaoCart · ເຈົ້າຂອງຮ້ານ Beauty First Store

ຂາຍຜ່ານແຊັດຢ່າງດຽວ ເມື່ອຍກວ່າທີ່ຄິດ

ອັນນີ້ເທົ່າໃດ?ມີສີອື່ນອີກບໍ?ສົ່ງໄປຕ່າງແຂວງໄດ້ບໍ?ໂອນແລ້ວເດີ້ເຄື່ອງຂ້ອຍໄປຮອດໃສແລ້ວ?
  • ຄຳຖາມເກົ່າໆ ຕອບຊ້ຳທຸກມື້
  • ອໍເດີ້ຫຼົງຢູ່ໃນແຊັດ
  • ທີ່ຢູ່ຈົດຜິດ
  • ບໍ່ຮູ້ວ່າໃຜໂອນແລ້ວ ໃຜຍັງບໍ່ໂອນ
ສ້າງຮ້ານຟຣີ

ສ້າງຟຣີ ບໍ່ຈຳກັດເວລາ · ຮ້ານພ້ອມແລ້ວ ຮັບອໍເດີແທ້ຟຣີ 7 ມື້ · ບໍ່ຕ້ອງໃສ່ບັດ

ໃຜຢູ່ເບື້ອງຫຼັງ LaoCart

ສ້າງໂດຍຄົນຂາຍອອນລາຍ ເພື່ອຄົນຂາຍອອນລາຍ

Goi ງາມໄວ້ກ່ອນ

Goi ງາມໄວ້ກ່ອນCEO ຂອງ LaoCart · ເຈົ້າຂອງຮ້ານ Beauty First Store

ຂ້ອຍກໍເຄີຍນັ່ງຕອບ “ອັນນີ້ເທົ່າໃດ ຫຼື ຄຳຖາມຊ້ຳໆຂອງລູກຄ້າ” ຢູ່ໃນແຊັດໝົດມື້ຄືກັນ. ພວກເຮົາຈຶ່ງສ້າງ LaoCart ຂຶ້ນມາ — ແລະ ຮ້ານຂອງຂ້ອຍ beautyfirst.la ກໍໃຊ້ມັນຂາຍຢູ່ທຸກມື້.

ທີມງານຂອງພວກເຮົາ

  • LouisLouisCTO ຂອງ LaoCart
  • ThavoneThavoneຊ່າງເຕັກນິກ
  • HadsaphoneHadsaphoneພະນັກງານຂາຍ
  • AnongAnongພະນັກງານຂາຍ
  • AlisaAlisaພະນັກງານຂາຍ

ເລີ່ມໄດ້ 3 ຂັ້ນຕອນ

ສ້າງຟຣີ ຕາມຈັງຫວະຂອງທ່ານ · 7 ມື້ຟຣີ ເລີ່ມນັບເມື່ອຮ້ານພ້ອມຂາຍເທົ່ານັ້ນ

  1. 1

    ສ້າງບັນຊີ ຟຣີ

    ຕັ້ງຊື່ຮ້ານ ແລ້ວຮັບທີ່ຢູ່ຮ້ານ ຊື່ຮ້ານ.laocart.com

  2. 2

    ຈັດຮ້ານໃຫ້ພ້ອມ ບໍ່ຕ້ອງຟ້າວ

    ເພີ່ມຮູບ ລາຄາ ສີ ຂະໜາດ ໂລໂກ້ ແລະ QR ຂອງທ່ານ — ສ້າງຟຣີ ບໍ່ຈຳກັດເວລາ

  3. 3

    ພ້ອມແລ້ວ? ທີມງານກວດ ແລ້ວເປີດໃຫ້ຟຣີ 7 ມື້

    ທັກຫາທີມງານ LaoCart ທາງ WhatsApp. ພວກເຮົາເບິ່ງຮ້ານ ແລະ ແນະນຳຈຸດທີ່ຄວນປັບປຸງກ່ອນເປີດ ເພື່ອໃຫ້ທ່ານໄດ້ປະໂຫຍດສູງສຸດຈາກ 7 ມື້ຟຣີ ກັບລູກຄ້າແທ້ (ສູງສຸດ 10 ອໍເດີ). ພໍໃຈແລ້ວ ຈຶ່ງເລືອກແພັກເກັດ ຂາຍຕໍ່ບໍ່ຢຸດ

ສ້າງຮ້ານຟຣີ

ສ້າງຟຣີ ບໍ່ຈຳກັດເວລາ · ຮ້ານພ້ອມແລ້ວ ຮັບອໍເດີແທ້ຟຣີ 7 ມື້ · ບໍ່ຕ້ອງໃສ່ບັດ

beautyfirst.la
ອໍເດີ້ໃໝ່ +1
ສະລິບແນບແລ້ວ

ພວກເຮົາຢູ່ນຳທ່ານ

ທ່ານບໍ່ໄດ້ເຮັດຮ້ານຄົນດຽວ

ວິດີໂອສອນເປັນພາສາລາວ ໃຫ້ຮຽນຮູ້ທຸກຢ່າງ ແລະ ຜູ້ຊ່ວຍ AI ທີ່ຕອບທຸກຄຳຖາມ ໄດ້ທຸກເວລາ.

ຜູ້ຊ່ວຍ AI

ມີຄຳຖາມບໍ? ຜູ້ຊ່ວຍຕອບທັນທີ

ຖາມເປັນພາສາລາວໄດ້ທັງກາງເວັນ ແລະ ກາງຄືນ. ຕອບພາຍໃນບໍ່ເທົ່າໃດວິນາທີ ພ້ອມລິ້ງ ແລະ ວິດີໂອສອນວິທີເຮັດ.

ຜູ້ຊ່ວຍ LaoCart

ພ້ອມຕອບ

ເພີ່ມສິນຄ້າແນວໃດ?

ເປີດເມນູ «ສິນຄ້າ» ແລ້ວກົດເພີ່ມສິນຄ້າ: ໃສ່ຮູບ, ຊື່ ແລະ ລາຄາ ແລ້ວບັນທຶກເຈົ້າ.

ກົດບ່ອນນີ້ເພື່ອເບິ່ງວິທີເຮັດ🎬 ເພີ່ມສິນຄ້າບົດທີ 3 · 1:09
ລວມຢູ່ໃນທຸກແພັກເກດ · ທີມງານຍັງຕອບທາງ WhatsApp ຄືເກົ່າ

ທຸກຢ່າງທີ່ຮ້ານລາວຕ້ອງການ

ສ້າງມາເພື່ອວິທີຊື້-ຂາຍ ແລະ ຈ່າຍເງິນຂອງຄົນລາວແທ້ໆ ບໍ່ແມ່ນລະບົບຕ່າງປະເທດທີ່ແປເມນູມາ

  • QR ຮັບເງິນ ພ້ອມສະລິບ

    ລູກຄ້າສະແກນ QR ທະນາຄານຂອງທ່ານເອງ (LAO QR / BCEL One) ແລ້ວແນບສະລິບຕິດກັບອໍເດີ້ — ເງິນເຂົ້າບັນຊີທ່ານໂດຍກົງ ບໍ່ມີຄ່ານາຍໜ້າ

  • ຂົນສົ່ງລາວ ຄົບ

    ອະນຸສິດ / ມີໄຊ / ຮຸ່ງອາລຸນ ພ້ອມເລືອກ ແຂວງ – ເມືອງ – ບ້ານ ຄົບທົ່ວປະເທດ ລູກຄ້າພິມທີ່ຢູ່ເອງ ບໍ່ມີຈົດຜິດ

  • ລະຫັດຕິດຕາມອໍເດີ້

    ທຸກອໍເດີ້ມີລະຫັດ ລູກຄ້າກວດສະຖານະເອງ ຄຳຖາມ “ເຄື່ອງໄປຮອດໃສແລ້ວ” ຈະຫາຍໄປ

  • ພິມໃບປະໜ້າພັດສະດຸ

    ພິມໃບປະໜ້າໃຫ້ແຕ່ລະພັດສະດຸ ດ້ວຍເຄື່ອງພິມສະຕິກເກີ, ເຈ້ຍ A4 ຫຼື ເປັນຮູບຈາກໂທລະສັບ

  • ຕັດສະຕັອກອັດຕະໂນມັດ

    ເຄື່ອງໝົດເມື່ອໃດ ຂຶ້ນ “ສິນຄ້າໝົດ” ໃຫ້ເອງ ບໍ່ຂາຍເກີນຂອງທີ່ມີ

  • ລະຫັດສ່ວນຫຼຸດ ແລະ ໂປຣໂມຊັ່ນ

    ສ່ວນຫຼຸດລູກຄ້າໃໝ່ ຊື້ 1 ແຖມ 1 ສົ່ງຟຣີເມື່ອຊື້ຄົບ — ຕັ້ງເອງໄດ້ໃນຫຼັງບ້ານ

  • ໃຊ້ດີໃນ TikTok ແລະ Facebook

    ລູກຄ້າຈາກ TikTok / Facebook / Instagram ຊື້ໄດ້ເລີຍ ບໍ່ຕ້ອງອອກຈາກແອັບ ພ້ອມເຊື່ອມ Facebook Pixel

  • ປ່ຽນຮູບປົກເອງໄດ້ທຸກເວລາ

    ປີໃໝ່ລາວ 11.11 ລົດລາຄາທ້າຍປີ — ປ່ຽນຮູບໜ້າທຳອິດເອງຈາກຫຼັງບ້ານ ບໍ່ຕ້ອງລໍຖ້າໃຜ

  • ຍອດຂາຍທຸກເດືອນ

    ຮູ້ວ່າເດືອນນີ້ຂາຍໄດ້ເທົ່າໃດ ອໍເດີ້ຈັກອັນ ຄົນເຂົ້າເບິ່ງຈັກຄົນ — ບໍ່ຕ້ອງນັ່ງນັບໃນແຊັດ

3 ແພັກເກັດ ລະບົບດຽວກັນ

ຕ່າງກັນແຕ່ຈຳນວນສິນຄ້າ ວິດີໂອ ໂດເມນ ແລະ ພະນັກງານ — ລະບົບຂາຍ ແລະ ຫຼັງບ້ານ ໄດ້ຄືກັນໝົດ

ທຸກແພັກເກັດ ເລີ່ມດ້ວຍ 7 ມື້ຟຣີ ເມື່ອຮ້ານພ້ອມຂາຍ · ບໍ່ມີຄ່າຕິດຕັ້ງ

ແພັກເກັດພື້ນຖານ

ສຳລັບຮ້ານທີ່ຫາກໍເລີ່ມ

🎁 ຮ້ານພ້ອມແລ້ວ ຂາຍຟຣີ 7 ມື້ — ຈ່າຍຫຼັງຈາກໄດ້ຮັບອໍເດີແທ້

ໄລຍະຈ່າຍເທື່ອດຽວ (ກີບ)ຕົກເດືອນລະ (ກີບ)
1 ປີປະຢັດ 50% ທຽບລາຍເດືອນປະຢັດ 50%2,990,000249,000≈ 8,200/ວັນ
3 ເດືອນປະຢັດ 25% ທຽບລາຍເດືອນປະຢັດ 25%1,120,000373,000
1 ເດືອນ500,000500,000

ສິ່ງທີ່ຕ່າງກັນ

  • ສິນຄ້າ30
  • ຮູບຕໍ່ສິນຄ້າ10
  • ວິດີໂອສິນຄ້າ—
  • ໂດເມນຂອງທ່ານເອງ—
  • ລິ້ງດຽວສຳລັບໂປຣໄຟລ໌—
  • ບັນຊີພະນັກງານ—
  • ສີຂອງແບຣນທ່ານເອງ—

ແພັກເກັດມືອາຊີບ

ສຳລັບຮ້ານ 100+ ອໍເດີ້/ເດືອນ

🎁 ຮ້ານພ້ອມແລ້ວ ຂາຍຟຣີ 7 ມື້ — ຈ່າຍຫຼັງຈາກໄດ້ຮັບອໍເດີແທ້

ໄລຍະຈ່າຍເທື່ອດຽວ (ກີບ)ຕົກເດືອນລະ (ກີບ)
1 ປີປະຢັດ 50% ທຽບລາຍເດືອນປະຢັດ 50%7,990,000666,000≈ 21,900/ວັນ
3 ເດືອນປະຢັດ 25% ທຽບລາຍເດືອນປະຢັດ 25%2,990,000997,000
1 ເດືອນ1,330,0001,330,000

ສິ່ງທີ່ຕ່າງກັນ

  • ສິນຄ້າບໍ່ຈຳກັດ
  • ຮູບຕໍ່ສິນຄ້າ20
  • ວິດີໂອສິນຄ້າ✓
  • ໂດເມນຂອງທ່ານເອງ✓
  • ລິ້ງດຽວສຳລັບໂປຣໄຟລ໌✓
  • ບັນຊີພະນັກງານ20
  • ສີຂອງແບຣນທ່ານເອງ✓

ຢືນຢັນການຈ່າຍເງິນອັດຕະໂນມັດ · ເປີດໃຫ້ຕາມຄຳຂໍ

ລວມຢູ່ໃນທຸກແພັກເກັດ

ບໍ່ວ່າທ່ານເລືອກແພັກເກັດໃດ ທ່ານໄດ້ທຸກຢ່າງນີ້

  • ສັ່ງຊື້ງ່າຍ 3 ຂັ້ນຕອນ
  • ຈ່າຍດ້ວຍ QR ທະນາຄານ ພ້ອມສະລິບ
  • QR ທະນາຄານໄດ້ເຖິງ 3 ອັນ
  • ເກັບເງິນປາຍທາງ
  • ຂົນສົ່ງລາວ ແລະ ຄ່າສົ່ງ
  • ແຈ້ງເຕືອນອໍເດີ້ທັນທີ
  • ໃບປະໜ້າພັດສະດຸ
  • ສະຕັອກທີ່ນັບເອງ
  • ລະຫັດສ່ວນຫຼຸດ ແລະ ໂປຣໂມຊັ່ນ
  • ສັ່ງຈອງ ພ້ອມມັດຈຳ
  • ຂະໜາດ ແລະ ສີ
  • ຮ້ານຂອງທ່ານເປັນພາສາລາວ, ອັງກິດ ແລະ ຈີນ
  • ສະຖິຕິທີ່ເຂົ້າໃຈງ່າຍ
  • Pixel ຂອງ Facebook ແລະ TikTok
  • ບໍ່ມີຄ່ານາຍໜ້າຈາກຍອດຂາຍ
  • ລວມໂຮສຕິ້ງ ແລະ ການອັບເດດ
ແລະ ອີກ 28 ຄຸນສົມບັດເບິ່ງທັງໝົດ 53 ຄຸນສົມບັດ
ພວກເຮົາສ້າງໃຫ້ທ່ານ

ສ້າງຮ້ານໃຫ້ຄົບ

ສຳລັບຄົນຂາຍທີ່ບໍ່ມີເວລາສ້າງເອງ

12,990,000 ກີບ ປີທຳອິດ

ຈາກນັ້ນແພັກເກັດ Pro: 7,990,000 ກີບ/ປີ ຫຼື 1,330,000 ກີບ/ເດືອນ — ບໍ່ມີຄ່າຕິດຕັ້ງ

  • ພວກເຮົາສ້າງຮ້ານຂອງທ່ານທັງໝົດ ພ້ອມຂາຍ
  • ເພີ່ມສິນຄ້າໃຫ້ສູງສຸດ 60 ລາຍການ
  • ໂລໂກ້ ຖ້າທ່ານຕ້ອງການ: 10 ແບບໃຫ້ເລືອກ
  • ໂດເມນຂອງທ່ານເອງ (.com / .net / .org) ປີທຳອິດ
  • ລວມວິດີໂອແນະນຳຮ້ານຂອງທ່ານ
  • ທຸກຢ່າງຂອງ Pro ເມື່ອສົ່ງມອບແລ້ວ
  • ໂທສອນແບບ 1 ຕໍ່ 1 ກັບ Goi 3 ຊົ່ວໂມງ ເພື່ອສອນຜູ້ດູແລຮ້ານຂອງທ່ານ

ພວກເຮົາຕ້ອງການເວລາຂອງທ່ານພຽງ 5 ນາທີ ເພື່ອເລີ່ມກຽມຮ້ານຂອງທ່ານ

  1. 1. ທັກຫາພວກເຮົາທາງ WhatsApp: ບອກວ່າທ່ານຂາຍຫຍັງ
  2. 2. ຕົກລົງກັນກ່ຽວກັບຮ້ານຂອງທ່ານ ແລ້ວຈຶ່ງຈ່າຍເງິນ
  3. 3. ຕື່ມແບບຟອມສັ້ນໆ ແລະ ສົ່ງໄຟລ໌ — ພວກເຮົາສ້າງໃຫ້
ລົມກັບພວກເຮົາທາງ WhatsApp

ໄຟລ໌ທີ່ຮັບ: PDF, ຮູບ, ວິດີໂອ, Excel, Word, LibreOffice

ສ້າງຮ້ານຟຣີ

ສ້າງຟຣີ ບໍ່ຈຳກັດເວລາ · ຮ້ານພ້ອມແລ້ວ ຮັບອໍເດີແທ້ຟຣີ 7 ມື້ · ບໍ່ຕ້ອງໃສ່ບັດ

ຄຳຖາມທີ່ພົບເລື້ອຍ

ສ້າງຮ້ານຟຣີແທ້ບໍ?

ແທ້ ແລະ ບໍ່ຈຳກັດເວລາ. ສ້າງບັນຊີ ໃສ່ສິນຄ້າ ໂລໂກ້ ສີ ໂດຍບໍ່ຈ່າຍຫຍັງ. ເມື່ອຮ້ານພ້ອມຂາຍ ທີມງານຈະກວດເບິ່ງ ແນະນຳຈຸດທີ່ຄວນປັບປຸງ ແລ້ວເປີດໃຫ້ລູກຄ້າແທ້ ຟຣີ 7 ມື້ (ຮັບໄດ້ 10 ອໍເດີ). ຈ່າຍຄ່າແພັກເກັດ ສະເພາະຕອນທ່ານຢາກຂາຍຕໍ່.

ຕ້ອງເກັ່ງຄອມບໍ?

ບໍ່. ຖ້າໃຊ້ Facebook ໄດ້ ກໍໃຊ້ LaoCart ໄດ້. ຫຼື ໃຫ້ພວກເຮົາໃສ່ສິນຄ້າໃຫ້ (ບໍລິການເສີມ).

ເງິນທີ່ຂາຍໄດ້ ເຂົ້າໃສ?

ເຂົ້າບັນຊີທະນາຄານຂອງທ່ານໂດຍກົງ ຜ່ານ QR ຂອງທ່ານເອງ. LaoCart ບໍ່ເກັບຄ່ານາຍໜ້າ ແລະ ບໍ່ຜ່ານບັນຊີໃຜ.

ຈ່າຍແນວໃດ?

ສະແກນ QR ຂອງພວກເຮົາ (LAO QR / BCEL One) ແລ້ວອັບໂຫຼດສະລິບ — ສ່ວນຫຼາຍພວກເຮົາເປີດຮ້ານໃຫ້ພາຍໃນບໍ່ເທົ່າໃດຊົ່ວໂມງ.

ຖ້າບໍ່ຕໍ່ອາຍຸ ຈະເປັນແນວໃດ?

ຮ້ານຈະປິດລົງ ແຕ່ພວກເຮົາເກັບສິນຄ້າ ແລະ ອໍເດີ້ໄວ້ໃຫ້ 30 ມື້ ເຜື່ອທ່ານກັບມາ.

ຈຳນວນສິນຄ້າ ນັບແນວໃດ?

ນັບຕາມສິນຄ້າທີ່ວາງຢູ່ໃນຮ້ານ. ສີ ຫຼື ຂະໜາດ ຂອງສິນຄ້າດຽວກັນ ນັບເປັນ 1 ລາຍການ. ພື້ນຖານ 30 · ເລີ່ມຕົ້ນ 50 · ມືອາຊີບ ບໍ່ຈຳກັດ — ເພີ່ມສິນຄ້າ ຫຼື ອັບເກຣດໄດ້ທຸກເວລາ.

ລະບົບຮູ້ເອງບໍ ວ່າລູກຄ້າໂອນແລ້ວ?

ແພັກເກັດມືອາຊີບ: ຮູ້ເອງ ຜ່ານ Payment Gateway ຂອງ BCEL (ເບິ່ງຄຳຖາມຖັດໄປ). ແພັກເກັດພື້ນຖານ ແລະ ເລີ່ມຕົ້ນ: ລູກຄ້າແນບສະລິບ ແລ້ວທ່ານກົດຢືນຢັນໃນຫຼັງບ້ານ — ຫຼື ເພີ່ມການຢືນຢັນອັດຕະໂນມັດເປັນບໍລິການເສີມໄດ້.

ຮ້ານຂອງຂ້ອຍຢືນຢັນເງິນເຂົ້າອັດຕະໂນມັດໄດ້ບໍ (BCEL OnePay)?

ໄດ້. LaoCart ເຊື່ອມຮ້ານທ່ານກັບ Payment Gateway ຂອງ BCEL: ລະບົບສ້າງ LAO QR ໃຫ້ແຕ່ລະອໍເດີ ແລະ ເງິນເຂົ້າຖືກຢືນຢັນເອງ ບໍ່ຕ້ອງກວດສະລິບ. ທະນາຄານເກັບເປີເຊັນຕໍ່ລາຍການ ແລະ ຄ່າລາຍເດືອນ; LaoCart ບໍ່ເກັບຫຍັງຈາກມັນ. ລວມໃນແພັກເກັດມືອາຊີບ ເປັນບໍລິການເສີມສຳລັບພື້ນຖານ ແລະ ເລີ່ມຕົ້ນ.

ຂໍແນວໃດ ຄ່າໃຊ້ຈ່າຍເທົ່າໃດ →
ໃຊ້ໂດເມນຂອງຕົນເອງໄດ້ບໍ?

ໄດ້ ໃນແພັກເກັດເລີ່ມຕົ້ນ ແລະ ມືອາຊີບ. ພວກເຮົາຈົດທະບຽນ ແລະ ເຊື່ອມໃຫ້ ມີຄ່າບໍລິການລາຍປີເລັກນ້ອຍ. ພວກເຮົາດູແລໃຫ້ຕະຫຼອດ ເພື່ອໃຫ້ຮ້ານໃຊ້ໄດ້ສະເໝີ ແລະ ໂອນເປັນຊື່ຂອງທ່ານໄດ້ເມື່ອທ່ານຮ້ອງຂໍ.

ເປີດຮ້ານທົດລອງ ຕ້ອງມີຫຍັງແດ່?

ຮ້ານທີ່ພ້ອມຂາຍ: ສິນຄ້າພ້ອມຮູບ, QR ຫຼື ບັນຊີຮັບເງິນ (ຫຼື ເກັບເງິນປາຍທາງ) ແລະ ເບີ WhatsApp. ທັກຫາທີມງານທາງ WhatsApp: ພວກເຮົາເບິ່ງຮ້ານ ແນະນຳຈຸດທີ່ຄວນປັບປຸງ ເພື່ອໃຫ້ໄດ້ປະໂຫຍດສູງສຸດຈາກ 7 ມື້ ແລ້ວເປີດໃຫ້ — 7 ມື້ ເລີ່ມນັບຈາກມື້ນັ້ນ. ທົດລອງໄດ້ 1 ຄັ້ງ ຕໍ່ຮ້ານ ແລະ ຕໍ່ເບີ WhatsApp.

ຫຼັງ 7 ມື້ ເປັນແນວໃດ?

ຮ້ານປິດສຳລັບລູກຄ້າ ຈົນກວ່າທ່ານຈະເລືອກແພັກເກັດ. ສິນຄ້າ ອໍເດີ ແລະ ລູກຄ້າຂອງທ່ານ ເກັບໄວ້ໃຫ້ 30 ມື້.

ພ້ອມເປີດຮ້ານແລ້ວບໍ?

ສ້າງຟຣີ ຕາມຈັງຫວະຂອງທ່ານ — ຮ້ານພ້ອມແລ້ວ ທົດລອງຂາຍກັບລູກຄ້າແທ້ ຟຣີ 7 ມື້

ສ້າງຮ້ານຟຣີ

ສ້າງຟຣີ ບໍ່ຈຳກັດເວລາ · ຮ້ານພ້ອມແລ້ວ ຮັບອໍເດີແທ້ຟຣີ 7 ມື້ · ບໍ່ຕ້ອງໃສ່ບັດ

ຫຼື

ທັກມາລົມກັນທາງ WhatsApp